COVID-19 News

  • 18 ມ.ນ

ໃບແຈ້ງການ

  • 18 ມ.ນ

ສະພາບການໃນປະຈຸບັນໃນທົ່ວໂລກ

ປະຈຸບັນ, ສະພາບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນ  ໃໝ່ (COVID-19) ໃນຫຼາຍປະເທດ ໄດ້ຂະຫຍາຍເປັນວົງກວ້າງ ມາຮອດເວລາ 24:00 ໂມງເຊົ້າ ຂອງວັນທີ 16 ມີນາ 2020, ທົ່ວໂລກມີລາຍງານກໍລະນີທັງໝົດ 158 ປະເທດ, ກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແລ້ວ 182,412 ກໍລະນີ (ເພີ່ມຂື້ນ 13,151 ກໍລະນີ ເກືອບທັງໝົດກໍລະນີໃໝ່ ແມ່ນຢູ່ນອກ ສປ ຈີນ), ເສຍຊິວິດ 7,157 (ເພີ່ມຂື້ນ 658 ກໍລະນີ) ກໍລະນີ ແລະ ປີ່ນປົວຫາຍດີ 79,211 (ເພີ່ມຂື້ນ 2,593).  

  

ສຳລັບ ສປປ ລາວ ແມ່ນມີກໍລະນີສົງໄສສະສົມ ທີ່ໄດ້ເກັບຕົວຢ່າງມາກວດທັງໝົດ 85 ກໍລະນີ ແລະ 81 ກໍລະນີກວດບໍ່ເຊື້ອພົບພະຍາດ, ຍັງລໍຖ້າຜົນກວດ 04 ກໍລະນີ ແລະ ຈະແຈ້ງຜົນກວດໃຫ້ບັນດາທ່ານຮັບຊາບອີກຄັ້ງພາຍຫຼັງໄດ້ຮັບຜົນກວດ